← ບົດຄວາມທັງໝົດ

Texture ປະເພດຂອງເນື້ອຄຣີມເຄື່ອງສຳອາງ

Texture ປະເພດຂອງເນື້ອຄຣີມເຄື່ອງສຳອາງ

Texture ປະເພດຂອງເນື້ອຄຣີມເຄື່ອງສຳອາງ

ປະເພດຂອງເນື້ອຄຣີມບຳລຸງຜິວຕ່າງໆໃນເຄື່ອງສຳອາງ ມີຄວາມແຕກຕ່າງກັນເພື່ອໃຊ້ໃນການບຳລຸງຜິວທີ່ຕ່າງກັນ ທາງເວັບwww.lopsite.comໄດ້ຈຳແນກຄວາມແຕກຕ່າງອອກມາໃຫ້ເບິ່ງ ສາມາດປຽບທຽບໄດ້ງ່າຍ ດັ່ງຕາຕະລາງລຸ່ມນີ້

ສຳລັບຄົນທີ່ເອົາຂໍ້ມູນຈາກເວັບໄປລົງທີ່ເວັບໄຊອື່ນໆ ກະລຸນາໃຫ້ເຄຣດິດກັບມາທີ່ເວັບໄຊ LOPMETIC.COM ດ້ວຍເດີ້ ຂອບໃຈເດີ້

ປະເພດເນື້ອຄຣີມ

ລັກສະນະ

ຄຣີມ (Cream)

ເນື້ອມີຄວາມໜືດສູງ ແລະ ເນື້ອເຂັ້ມຂຸ້ນທີ່ສຸດ
ມີສ່ວນປະກອບຄືນ້ຳກັບນ້ຳມັນເກືອບເທົ່າໆກັນ ເນື້ອໜັກສຸດ ມີຄວາມໜືດສູງ ເໝາະກັບຜິວທຳມະດາ-ແຫ້ງ
ເນື້ອ BB, CC, DD ຫຼື ຮອງພື້ນເນື້ອໃຍໄໝ ຈັດຢູ່ໃນພວກເນື້ອຄຣີມຂຸ້ນ

ໂລຊັນ (Lotion)

ເນື້ອເຫຼວບາງເບົາ ດູດຊຶມໄວກວ່າຄຣີມ ສ່ວນໃຫຍ່ຈະເປັນສີຂາວ
ມີສ່ວນປະສົມຂອງນ້ຳຫຼາຍກວ່ານ້ຳມັນ ເປັນຕົວບຳລຸງຜິວຊັ້ນນອກ ໃຫ້ຄວາມຊຸ່ມຊື່ນ ເໝາະກັບຜິວທຳມະດາ-ມັນ

ອີມັງຊັນ (Emulsion)

ເນື້ອບາງເບົາກວ່າຄຣີມ ແຕ່ໜັກກວ່າໂລຊັນ ດູດຊຶມໄວ
ມີສ່ວນປະສົມຂອງນ້ຳຫຼາຍກວ່ານ້ຳມັນ ເປັນຕົວບຳລຸງຜິວຊັ້ນນອກ ໃຫ້ຄວາມຊຸ່ມຊື່ນ ເໝາະກັບຜິວທຳມະດາ-ມັນ

ມອຍເຈີໄຣເຊີ (Moisturizer)

ເປັນຮູບແບບເນື້ອໂລຊັນ ຫຼື ຄຣີມ ຫຼື ອີມັງຊັນ ທີ່ທາແລ້ວໃຫ້ຄວາມຊຸ່ມຊື່ນກັບຜິວ ຈະເອີ້ນລວມໆວ່າ “ມອຍເຈີໄຣເຊີ”

ເຈວ (Gel)

ເນື້ອເຈວເປັນກ້ອນໃສ ສ່ວນໃຫຍ່ໂປ່ງແສງ ຊຶມລົງຜິວໄດ້ງ່າຍ ບໍ່ໜຽວໜຶບໜັບ
ສ່ວນປະກອບຫຼັກເປັນນ້ຳ ມີນ້ຳມັນໜ້ອຍ ເໝາະກັບຄົນຜິວມັນ ບອບບາງ ແພ້ງ່າຍ

ເຊລັ່ມ/ຊີລັ່ມ (Serum)

ເນື້ອເຫຼວໃສ ຫຼື ສີຂາວຂຸ່ນ ໄຫຼໄດ້ຄ້າຍນ້ຳ ມີຄວາມໜືດເລັກນ້ອຍ ຊຶມຊາບສູ່ຜິວໄດ້ງ່າຍ
ໃສ່ສານ Active ໄດ້ຫຼາຍໂດຍເນື້ອຄຣີມບໍ່ປ່ຽນແປງ  ເນັ້ນຜົນລັບ ເປັນ Oil Base ເໝາະສຳລັບ ຜິວທຳມະດາ-ແຫ້ງ

ເອສເຊັນ (Essence)

ເນື້ອເຫຼວຂາວຂຸ່ນ ຫຼື ໃສ ເຫຼວເປັນນ້ຳ ຊຶມຊາບສູ່ຜິວໄດ້ງ່າຍ
ໃສ່ສານ Active ໄດ້ຫຼາຍໂດຍເນື້ອຄຣີມບໍ່ປ່ຽນແປງ  ເນັ້ນຜົນລັບ ເປັນ Water Base ເໝາະສຳລັບ ຄົນຜິວມັນ-ແພ້ງ່າຍ

ຟລູອິກ (Fluid/Fluide)

ເນື້ອເຫຼວຂາວຂຸ່ນຄ້າຍນົມ ໄຫຼໄດ້ຄ້າຍນ້ຳ ຊຶມຊາບສູ່ຜິວໄດ້ງ່າຍ
ເນື້ອຄຣີມ ແລະ ຄຸນສົມບັດຄືກັບເນື້ອເອສເຊັນ ແຕ່ຈະເນັ້ນບອກຜູ້ໃຊ້ວ່າ ບໍ່ໜືດ ເກ່ຍງ່າຍ ໄຫຼດີຄ້າຍນ້ຳ

 

ຮູບແບບອື່ນໆ

ລັກສະນະ

ນ້ຳມັນ (Oil)

ຂອງແຫຼວ ມີລັກສະນະ ໜືດ ມັນ ລື່ນ ບໍ່ມີສ່ວນປະກອບວັດຕະພາກນ້ຳ ເຊັ່ນ ນ້ຳມັນມວຍ ນ້ຳມັນຈີ່ງແຫຼນ

ບາມ (Balm)

ຜະລິດຕະພັນທີ່ໃຊ້ ທາ ຖູ ນວດ ແລະ ເປັນຕົວໃຫ້ກິ່ນຫອມ ບໍ່ປາກົດຄວາມໜືດຊັດເຈນ ເຊັ່ນ ລິບບາມທາປາກ ບາມຂັດຜິວ

ສະບູກ້ອນ (Bar Soap)

ເກີດຈາກໄຂມັນ ຫຼື ນ້ຳເຮັດປະຕິກິລິຍາກັບດ່າງ ເກີດເປັນໄຂສະບູທີ່ເປັນຂອງແຂງໃນອຸນຫະພູມຫ້ອງ

ສະບູເຫຼວ (Liquid Soap)

ເກີດຈາກໄຂມັນ ຫຼື ນ້ຳເຮັດປະຕິກິລິຍາກັບດ່າງ ເກີດເປັນໄຂສະບູທີ່ເປັນຂອງແຫຼວໃນອຸນຫະພູມຫ້ອງ

ໂຟມ (Foam)

ມີລັກສະນະເປັນຮູພຸນຂອງອາກາດໃນຂອງແຫຼວ ເມື່ອຖູຈະເກີດຟອງ ເຊັ່ນ: ໂຟມລ້າງໜ້າ

ມູສ (Mousse)

ເປັນແກັສໃນຂອງແຫຼວ ມີຄວາມຄົງຕົວຫຼາຍກວ່າໂຟມ ແລະ ອະນຸພາກນ້ອຍກວ່າ ມີເນື້ອສຳຜັດນຸ້ມລະມຸນ ບໍ່ຕ້ອງຖູໃຫ້ເກີດຟອງແບບໂຟມ ເຊັ່ນ: ມູສລ້າງໜ້າ, ມູສແຕ່ງຜົມ

ແອໂຣຊໍ (Aerosol)

ຂອງແຫຼວ ຫຼື ຂອງແຂງທີ່ຖືກອັດກັບແກັສສະຫງົບ ເມື່ອໃສ່ບັນຈຸພັນ ຈະຖືກປ່ອຍອອກມາເປັນລະອອງຝຸ່ນ ເຊັ່ນ: ສະເປຣຝຸ່ນໃຊ້ແຕ່ງຜົມ

ຂີ້ເຜິ້ງ (Wax/Ointment)

ເປັນສານຈໍາພວກໄຂມັນແຂງເປັນສ່ວນໃຫຍ່ ປະກອບດ້ວຍນໍ້າ ແລະ ນໍ້າມັນຄືກັບອິມັງຊັນ ແຕ່ຈະມີນໍ້າມັນເປັນສ່ວນປະກອບ 80% ຂຶ້ນໄປ ເຊັ່ນ: ຂີ້ເຜິ້ງທາປາກ, ແວັກແຕ່ງຜົມ

ໂທນິກ (Tonic)

ເປັນຂອງແຫຼວທີ່ມີອົງປະກອບຫຼັກເປັນແອລກໍຮໍ ເຊັ່ນ: ໂທນເນີລ້າງໜ້າ, ທີ່ລ້າງເລັບ

ພາດ/ເພສ (Paste)

ມີລັກສະນະເປັນເນື້ອແປ້ງປະສົມຢູ່ເປັນຫຼັກ ເປັນກ້ອນແປ້ງທີ່ອັດກັນ  ເຊັ່ນ: ແປ້ງພັບແຕ່ງໜ້າ, ພາດຈັດແຕ່ງຊົງຜົມ

ຜົງ/ເກັດ (powder)

ເປັນຂອງແຂງທີ່ຖືກບົດຈົນລະອຽດຫຼາຍໆ ເຊັ່ນ: ແປ້ງທາໜ້າ-ໂຮຍຕົວ

 

ຮັບສ້າງແບຣນ ແລະຮັບຜະລິດເຄື່ອງສຳອາງ LOPSITE ເຄື່ອງສຳອາງຄຸນນະພາບລະດັບສາກົນ