Cm5283 ຂໍ້ມູນສິນຄ້າ ລາຄານ່າ LACANA / ອິນເທນຊີບ ບອດດີ ອອຍ INTENSIVE BODY OIL
Description : ນໍ້າມັນບຳລຸງຜິວສຳລັບຜິວໜ້າ ແລະ ຜິວກາຍ ດ້ວຍສານສະກັດຈາກ BRIGHT OLEOACTIF ແລະ CLEAR OLEOACTIF ທີ່ມີຄຸນສົມບັດຊ່ວຍໃຫ້ຜິວຂາວຂຶ້ນ, ຫຼຸດຈຸດດ່າງດຳ, ສົດໃສກະຈ່າງໃສ, ຊ່ວຍເສີມສ້າງເກາະປ້ອງກັນຜິວຊັ້ນເທິງ ພ້ອມມອບຄວາມຊຸ່ມຊື່ນ, ປ້ອງກັນຜິວສູນເສຍຄວາມຊຸ່ມຊື່ນ, ປົກປ້ອງຜິວຈາກອະນຸມູນອິດສະຫຼະ ແລະ ຊ່ວຍໃຫ້ຜິວລຽບນຽນ, ຫຼຸດຄວາມມັນເທິງໃບໜ້າ, ຊ່ວຍໃຫ້ຮູຂຸມຂົນນ້ອຍລົງ, ຫຼຸດການຜະລິດນໍ້າມັນສ່ວນເກີນເທິງຜິວໜ້າ, ຫຼຸດຜິວແດງ ແລະ ການອັກເສບຂອງຜິວໜ້າ, ປາສະຈາກສານເຄມີອັນຕະລາຍ
- Paraben Free ປາສະຈາກສານກັນເສຍປະເພດພະລາເບັນ
- Mineral Oil Free ປາສະຈາກມີເນຣັລ ອອຍ ທີ່ອາດກໍ່ໃຫ້ເກີດການອຸດຕັນຂອງຜິວ
- UV Protection ມີສານປ້ອງກັນແສງແດດ (SPF 8-15)
- Silicone Free ປາສະຈາກສານທີ່ກໍ່ໃຫ້ເກີດການອຸດຕັນຂອງຜິວ
1.BRIGHT OLEOACTIF ຈາກປະເທດຝຣັ່ງ (FRANCE) 100% Plant based oil active ດ້ວຍເທັກໂນໂລຢີການສະກັດລິຂະສິດສະເພາະ (patented) ໃໝ່ລ່າສຸດ “Oleo-eco-extraction technology” ປະສົມປະສານປະສິດທິພາບຂອງຮາກມາສແມລໂລ (marshmallow root), ຈມູກເຂົ້າ (rice bran) ແລະ ຮາກຊະເອມເທດ (licorice root) ຊ່ວຍຄວບຄຸມ 7 ກົນໄກການເກີດຈຸດດ່າງດຳ ແລະ ຜິວໝອງຄໍ້າ
- 1. ການສ້າງ endothelin-1 ໃນ keratinocytes ຈຶ່ງສົ່ງຜົນຍັບຢັ້ງການເຮັດວຽກຂອງ melanocyte
- 2. ການເຮັດວຽກຂອງ endothelin-1 ໃນການສົ່ງສັນຍານພາຍໃນເຊວ ເປັນການຫຼຸດການເພີ່ມ melanocyte
- 3. ຂະບວນການສັງເຄາະເມັດສີເມລານິນ
- 4. ຂະບວນການຂົນສົ່ງເມັດສີເມລານິນໄປຍັງ melanocyte
- 5. ການເກີດເມັດສີຜິວເມລານິນ (ປະຕິກິລິຍາອອກຊິເດຊັນ)
- 6. ການຂົນສົ່ງເມັດສີຜິວເມລານິນ
- 7. ການສະສົມເມລານິນສູ່ຜິວຊັ້ນນອກເຮັດໃຫ້ຜິວໝອງຄໍ້າເສຍ
ຜົນທົດລອງໃນອາສາສະໝັກ Brightening & whitening activity : ຊ່ວຍໃຫ້ຜິວຂາວຂຶ້ນ, ສົດໃສກະຈ່າງໃສ ຈາກຜົນການທົດສອບໃນອາສາສະໝັກຜູ້ຍິງເອເຊຍ ຈຳນວນ 20 ຄົນ (ອາຍຸ 30-70 ປີ) ໃຊ້ຜະລິດຕະພັນທີ່ມີ Brigh Oleoactif (1%) ທາວັນລະ 2 ຄັ້ງ ເປັນໄລຍະເວລາ 56 ວັນພົບວ່າ ຜິວມີຄວາມສົດໃສກະຈ່າງໃສຫຼາຍຂຶ້ນເຖິງ 273% ແລະ ສີຜິວຂາວຂຶ້ນເຖິງ 18.5 ເທົ່າ ພາຍໃນ 28 ວັນຫຼັງຈາກໃຊ້ຜະລິດຕະພັນ
Anti-dark spot : ຊ່ວຍຫຼຸດຈຸດດ່າງດຳ ຈາກຜົນການທົດສອບໃນອາສາສະໝັກພົບວ່າ ພາຍຫຼັງການໃຊ້ຜະລິດຕະພັນທີ່ມີ Bright Oleoactif (1%) ເປັນໄລຍະເວລາ 56 ວັນ ຈຸດດ່າງດຳແລດູຈາງລົງເຖິງ 235% ຊ່ວຍຫຼຸດປະລິມານເມລານິນໃນຈຸດດ່າງດຳໄດ້ເຖິງ 52% Bright Oleoactif 1% ຊ່ວຍໃຫ້ສີຜິວຂາວຂຶ້ນ, ເບິ່ງສົດໃສ, ກະຈ່າງໃສ, ຈຸດດ່າງດຳຈາງລົງ, ສະພາບຜິວເບິ່ງສຸຂະພາບດີຂຶ້ນຄົບທຸກອົງລວມພາຍໃນ 28 ວັນ
2.CLEAR OLEOACTIF ຈາກປະເທດຝຣັ່ງ (FRANCE) ດ້ວຍກຳມະວິທີການສະກັດລິຂະສິດສະເພາະ Oleo-eco-extraction ເຊິ່ງເປັນ patent ໃນຂະບວນການສະກັດ Green process extraction ແບບ non solvent ບໍ່ຜ່ານຂະບວນການໃຊ້ຄວາມຮ້ອນໃນການຜະລິດ ແລະ ເປັນມິດກັບສິ່ງແວດລ້ອມ ເຮັດໃຫ້ໄດ້ສານສຳຄັນທີ່ມີອະນຸພາກນ້ອຍ ( 10 nm ) ສາມາດເຂົ້າສູ່ຜິວໄດ້ດີເລີດ ແລະ ມອບຜົນລັບທີ່ຊົງປະສິດທິພາບ ສະກັດສານສຳຄັນຈາກຕົ້ນ Thyme (Thymus vulgaris) ເກຣດອໍແກນິກ ຈາກແຖບພາກໃຕ້ຂອງຝຣັ່ງ ອຸດົມໄປດ້ວຍສານກຸ່ມໂພລີຟີນໍລສະເພາະ 2 ຊະນິດ ໄດ້ແກ່ thymol ແລະ carvacrol ເຊິ່ງມີຄຸນສົມບັດຕ້ານອະນຸມູນອິດສະຫຼະທີ່ຍອດຢ້ຽມ, ມີລິດຂ້າເຊື້ອຈຸລະຊີບ ແລະ ຊ່ວຍຕ້ານການອັກເສບໄດ້ອີກດ້ວຍ CLEAR Oleoactif ເປັນການເຮັດວຽກຮ່ວມກັນຢ່າງລົງຕົວຂອງ thyme ແລະ camellia oil ບໍລິສຸດ ເນື່ອງຈາກ Camelia oil ນັ້ນອຸດົມໄປດ້ວຍ alpha-linolenic (Omega3) ແລະ linoleic acid (Omega6) ເຊິ່ງຈາກການວິໄຈ ພົບວ່າ ຜິວທີ່ເກີດສິວຈະມີພາວະຂາດ linoleic acid (Omega6) ດັ່ງນັ້ນ CLEAR Oleoactif ຈຶ່ງເປັນການຊ່ວຍເຕີມກົດໄຂມັນທີ່ຜິວຕ້ອງການ ຜົນທົດສອບກັບອາສາສະໝັກທີ່ໃຊ້ຜະລິດຕະພັນທີ່ມີ CLEAR Oleoactif 1% ເປັນເວລາ 28 ວັນ, ພົບວ່າ ຊ່ວຍໃຫ້ຜິວລຽບນຽນ, ຫຼຸດຄວາມມັນເທິງໃບໜ້າ, ຊ່ວຍໃຫ້ຮູຂຸມຂົນນ້ອຍລົງ, ຊ່ວຍຫຼຸດການອັກເສບຂອງສິວຜົດ ແລະ ຕຸ່ມໜອງ ແລະ ສິວອຸດຕັນ, ຫຼຸດການຜະລິດນໍ້າມັນສ່ວນເກີນເທິງຜິວໜ້າ, ຫຼຸດຜິວແດງ ແລະ ການອັກເສບຂອງຜິວໜ້າ
3.ນໍ້າມັນໂຈໂຈບາ (JOJOBA OIL) ຈາກປະເທດອິນເດຍ (INDIA) ມີຄຸນສົມບັດໃຫ້ຄວາມຊຸ່ມຊື່ນກັບຜິວໄດ້ຢ່າງເປັນທຳມະຊາດ, ບໍ່ອຸດຕັນຮູຂຸມຂົນ, ບໍ່ເຮັດໃຫ້ເກີດປະຕິກິລິຍາແພ້ ຫຼື ຄັນຄາຍ, ມີວິຕາມິນອີສູງ ຈຶ່ງເປັນສານຕ້ານອະນຸມູນອິດສະຫຼະທີ່ມີປະສິດທິພາບ, ຊຶມຊາບລົງສູ່ຜິວໄດ້ຢ່າງວ່ອງໄວ, ຜິວຈຶ່ງນຽນນຸ້ມຊຸ່ມຊື່ນ, ຫຼຸດການສູນເສຍນໍ້າ, ຊ່ວຍກະຕຸ້ນການສ້າງຄໍລາເຈນ, ເຮັດໃຫ້ຮອຍຫ່ຽວຍ່ອຍ, ຜິວແຕກລາຍ ແລະ ຮອຍແຜເປັນໃຫ້ຄ່ອຍໆ ຈາງລົງ
4.TOCOPHEROL ACETATE ມາຈາກປະເທດເຢຍລະມັນ (GERMANY) ຄື Vitamin E ເປັນສານຕ້ານອະນຸມູນອິດສະຫຼະ, ຊ່ວຍເລັ່ງການສ້າງ Enzyme ໃນຜິວ, ຊ່ວຍດັກຈັບອະນຸມູນອິດສະຫຼະ ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ. ນອກຈາກນີ້, ຍັງຊ່ວຍຫຼຸດຮອຍຫ່ຽວຍ່ອຍ ແລະ ຮັກສາຮອຍແຜເປັນໄດ້ເປັນຢ່າງດີ ເຊິ່ງໃນອຸດສາຫະກຳເຄື່ອງສຳອາງ ແລະ ເວຊະສຳອາງນິຍົມໃຊ້ Vitamin E Acetate ເນື່ອງຈາກມີຄວາມສະຖຽນ ແລະ ສາມາດທົນຕໍ່ລັງສີ UV ໄດ້ດີກວ່າວິຕາມິນອີຕາມທຳມະຊາດ
5. ETHYLHEXYL METHOXYCINNAMATE (ສານກັນແດດ) ມາຈາກປະເທດສະຫະລັດອາເມລິກາ (USA) ສານກັນແດດທີ່ໃຊ້ກັນຢ່າງກວ້າງຂວາງທີ່ສຸດ, ໃຊ້ໃນການເພີ່ມຄ່າ SPF ຂອງຜະລິດຕະພັນດູແລ, ປົກປ້ອງຜິວຈາກລັງສີ UVB, ສາມາດໃຊ້ເປັນຕົວລະລາຍໃນສານກັນແດດຕົວອື່ນໆ ໄດ້, ມີຄວາມສະຖຽນສູງບໍ່ເສື່ອມສະພາບງ່າຍ
6. OCTOCRYLENE (ສານກັນແດດ) ມາຈາກປະເທດເຢຍລະມັນ (GERMANY) ສານກັນແດດ Organic UV filters ທີ່ປ້ອງກັນຜິວຈາກລັງສີ UVB, ມີຄວາມຄົງຕົວຕໍ່ແສງແດດ, ລະລາຍເຂົ້າກັນໄດ້ດີໃນວັດພາກ oil, ມີລັກສະນະເປັນຂອງແຫຼວໃສສີເຫຼືອງ, ຊ່ວຍເສີມຄວາມຄົງຕົວເຂົ້າກັນໄດ້ດີກັບສານກັນແດດກຸ່ມ Avobenzone ແລະ ສານກັນແດດອິນຊີກຸ່ມ Crystalline UV filters
7.HYDROLYZED VEGETABLE PROTEIN ມາຈາກປະເທດເຢຍລະມັນ (GERMANY) GLUADIN KERA-P LM ຄື ໂປຣຕີນເຄຣາຕິນຈາກພືດທຳມະຊາດ 100% ສະກັດຈາກຖົ່ວເຫຼືອງ, ເຂົ້າໂອ໊ດ, ເຂົ້າໂພດ ແລະ ເຂົ້າສາລີ, ບຳລຸງລໍ້າເລິກລະດັບໄມໂຄຣຈາກຂະບວນການ Hydrolyzed ເຮັດໃຫ້ໄດ້ໂມເລກຸນນ້ອຍຂະໜາດສັ້ນ, ສາມາດເກາະຕິດເທິງເສັ້ນຜົມເພື່ອຊ່ວຍປົກປ້ອງເສັ້ນຜົມຈາກມົນລະພາວະ, ເຄມີ ແລະ ອະນຸມູນອິດສະຫຼະ ແລະ ຍັງສາມາດຊຶມເຂົ້າສູ່ແກນຜົມດ້ານໃນ (Cortex) ເພື່ອຊ່ວຍສ້ອມແປງ, ຫຼຸດຄວາມເສຍຫາຍ ແລະ ໃຫ້ເສັ້ນຜົມແຂງແຮງ